วันศุกร์ที่ 5 พฤษภาคม พ.ศ. 2566

ມືອາຊີບ ບໍ່ແມ່ນພຽງແຕ່ມີອາຊີບ

 

    ຄຳວ່າ ມືອາຊີບ ເບື້ອງຕົ້ນເຮົາຈະນຶກເຖິ່ງຄົນທີ່ ເກັ່ງ ຄ່ອງແຄ່ວ ຫຼື ຕັ້ງໃຈ ຍິ່ງຖ້າເຈິບັນຫາຫນ້າງານ ຫຼື ເຫດການບາງຢ່າງເຮົາຈະຮູ້ໄດ້ທັນທີວ່າ ຄົນທຳມະດາ ຫຼື ມືອາຊີບ ແຕ່ເມື່ອຄິດເບິ່ງແລ້ວເຮົາອາດຈະບໍ່ເຄີຍຕີກອບເລີຍວ່າ ມືອາຊີບ ທີ່ຈິງແລ້ວຄວນມີຄຸນສົມບັດແນ້ວໃດ?
    ມືອາຊີບບໍແມ່ນເລື່ອງເກັ່ງ ມີຄວາມຮູ້ຫລາຍ ຫລື ພຽງແຕ່ຕັ້ງໃຈ
    ສິ່ງແລກທີ່ຮູ້ສຶກໄດ້ວ່າໃຜເປັນມືອາຊີບຫລືບໍ່ນັ້ນ ຍ່ອມເກີດເມື່ອໄດ້ຮ່ວມງານ ປະສານງານກັນ ຫລື ມີປະສົບການຮ່ວມງານກັນ ເຫລົ່ານັ້ນເຮັດໃຫ້ເຮົາພົບວ່າ ບາງຄົນທີ່ເບິ່ງວ່າ ເກັ່ງ ພໍຮ່ວມງານກັນກໍ່ບໍ່ເປັນມືອາຊີບເອົາເສຍເລີຍ ຫລືເຂົາຫນ້າຈະຮູ້ໃນບາງເລື່ອງ ແຕ່ກັບບໍ່ຮູ້ ຫລື ອາດຈະເບິ່ງຄື ຕັ້ງໃຈ ພະຍາຍາມ ແຕ່ກັບແກ້ບັນຫາບໍ່ໄດ້ ຈົບງານບໍ່ໄດ້ ຫລືອາດຈະເຮັດໃຫ້ວຽກງານມັນຍຸ້ງຍາກຂື້ນ. ນີ້ຈຶ່ງເປັນເຫດຜົນວ່າ ມືອາຊີບ : ບໍ່ແມ່ນເລື່ອງເກັ່ງ ມີຄວາມຮູ້ຫລາຍ ຫລື ພຽງຕັ້ງໃຈ ມືອາຊີບຈະມີບາງຢ່າງທີ່ສະທ້ອນມາໃຫ້ສຳພັດໄດ້ ແລະ ໂດຍສສ່ວນໂຕແລ້ວນີ້ຄືຄຸນສົມບັດຂອງມືອາຊີບ.
ມືອາຊີບຄື
    ຄົນທີ່ພ້ອມ ແລະ ຄົນທີ່ເຂົ້າໃຈ ເປັນການສະຫລຸບແບບກະຊັບ 2 ປະການເທົ່ານັ້ນສຳຫລັບມືອາຊີບ ແລະ ສາມາດຂະຫຍາຍຄວາມໃນຄຳວ່າ ຄວາມພ້ອມ ແລະ ຄວາມເຂົ້າໃຈ ແຕ່ລະສ່ວນດັງນີ້.
ຄວາມພ້ອມ 1 ວາງແຜນກຽມແຜນມາດີ
ຄວາມພ້ອມ 2 ພ້ອມຮັບສະຖານະການ
ຄວາມພ້ອມ 3 ຮຽນຮູູ້
    ໂດຍລວມແລ້ວ ຄວາມພ້ອມ ຄືໂຕແທນສະແດງພື້ນຖານຂອງມືອາຊີບໄດ້ດີ ເພາະເຊື່ອວ່າ ການກຽມໂຕ ເຄື່ອງມືທີ່ນຳມາ ຫລື ອົງຄວາມຮູ້ໃນຕອນທີ່ຮັບຟັງບັນຫາ ການຫາທາງອອກ ມັນກໍ່ບອກເຮົາແລ້ວວ່າ ໃຜເປັນມືອາຊີບ ຫລື ບໍ່ແມ່ນມືອາຊີບ ແຕ່ເທົ່ານີ້ອາດຍັງບໍ່ພໍ ມືອາຊີບຕ້ອງມີ ຄວາມເຂົ້າໃຈ ຮ່ວມດ້ວຍ.
ຄວາມເຂົ້າໃຈ 1 ການປະສານງານ
ຄວາມເຂົ້າໃຈ 2 ໃນຈະລິຍະທຳ
ຄວາມເຂົ້າໃຈ 3 ອາລົມ
    ທີ່ເວົ້າໄປຫນ້າຈະພໍເຫັນຮອດຄຸນສົມບັດສຳຄັນຂອງມືອາຊີບທີ່ຫາກຕິດຕາມກໍ່ພໍນຶກອອກໄດ້ວ່າເຮົາເຄີຍເຫັນສະຖານະການກັບຜູ້ຄົນຫລາກຫລາຍອາຊີບ ຕັ້ງແຕ່ຜູ້ຮ່ວມງານ ຜູ້ຮັບຈ້າງ ທີ່ຫາກມີແນ້ວຄິດ ພຶດຕິກຳ ຫລື ການເຮັດວຽກບໍ່ໄດ້ເປັນໄປຕາມທີ່ເຮົາຄິດເຮົາຈະເບິ່ງວ່າເຂົາບໍ່ແມ່ນມືອາຊີບ.
ສົນໃຈອ່ານເພີ່ມເຕີມ แทงบอลออนไลน์

ไม่มีความคิดเห็น:

แสดงความคิดเห็น